Monday, November 23, 2015

ຜະຫຍາພາສິດລາວ - ຊຸດກຽ່ວກັບທັມມະ ແລະ ຄຳສັ່ງສອນ

ຜະຫຍາພາສິດລາວ - ຊຸດກຽ່ວກັບທັມມະ ແລະ ຄຳສັ່ງສອນ

ສະບາຍດີ
ຍີນດີຕອ້ນຮັບທຸກທ່ານທີ່ມັກຮັກໃນສິລປະວັນນະຄະດີລາວ ຂ້າພະເຈົ້າເຊື່ອວ່າທ່ານກໍ່ເປັນຜູ້ນື່ງ
ທີ່ສົນໃຈໃນເລື້ອງນີ້ ດັ່ງນັ້ນສຸພາສິດລາວ ຊຸດທັມມະສອນໃຈທີ່ຂ້າພະເຈົ້າໄດ້ບັນທືກໄວ້ຂ້າງລຸ່ມນີ້
ຄົງຈະຊ່ວຍໃຫ້ທ່ານໄດ້ຮຽນຮູ້ຫຼາຍສີ່ງຫຼາຍຢ່າງ ແລະທັງເປັນຄະຕິເຕືອນໃຈໃນການດຳລົງຊີວິດ
ໄປໃນພາຍຂ້າງຫນ້າ ສະນັ້ນຂໍເຊີນທ່ານຕິດຕາມອ່ານສຸພາສິດຢູ່ຂ້າງລຸ່ມໄດ້ເລີຍ....

ຕົວຢ່າງດັ່ງຕໍ່ໄປນີ້:

1. ເຮັດບຸນ         ຢ່າເລືອກມື້
    ຖືສິລ             ຢ່າເລືອກຍາມ
    ໃຫ້ທານ        ຢ່າເລືອກວັດ



2. ຍິນດີໃນສີ່ງ            ທີ່ຕົນໄດ້
    ພໍໃຈໃນສີ່ງ             ທີ່ຕົນມີ
    ເປັນຄົນໂຊກດີ       ທີ່ສຸດໃນໂລກ



3.  ມົວເມົາໃນສີ່ງ         ທີ່ຕົນໄດ້
     ຫຼົງໃຫຼໃນສີ່ງ          ທີ່ຕົນມີ
     ຄືສ້າງອະເວຈີ          ໄວ້ໃສ່ຕົນເອງ



4.  ມີສີ່ງຂອງ          ໄວ້ປະດັບບ້ານ
     ມີເພັດພອຍ      ໄວ້ປະດັບກາຍ
     ມີທັມມະ            ໄວ້ປະດັບໃຈ



5.  ຢ່າແກ້ງເຮັດດີ           ເພື່ອເອົາຫນ້າ
     ຢ່າເລຍແຂ່ງເລຍຂາ   ເພື່ອເອົາໃຈ
     ເຖີງແກ້ງເຮັດໄດ້        ແຕ່ໃຈກໍ່ເປັນທຸກ



6.  ຖ້າຢາກຫາ         ຄວາມສຸຂສຳຣານ
     ກໍ່ຢ່າເຜົາຜານ     ສົມບັດພໍ່ແມ່



7.  ຢູ່ຜູ້ດຽວ       ຢ່າງສະຫງົບ
     ດີກວ່າໄປ      ຄົບຄົນພານ



8.  ຖ້າເຮັດວຽກ         ເຫັນແກ່ຫນ້າ
     ຈະພົບບັນຫາ       ເລື້ອຍໆໄປ



9.  ຖ້າຕອ້ງການ        ເປັນອິດສະຣະ
     ໃຫ້ເອົາຊະນະ        ໃຈຕົນເອງ



10.  ຖ້າຂາດ             ຄວາມນຶກຄິດ
       ຊີວິດ                 ຈະຂາດຄວາມຫມາຍ



11.  ຄວາມຊີງຊັງ       ຄືເຂັມແທງຕາ
       ຄວາມອິດສາ      ຄືມີດຂີດໃຈ
       ການໃຫ້ອະໃພ    ຄືໃຈເມດຕາ



12.  ຄົນບຸນ...
       ຂົ່ມລົງເທົ່າໃດ      ກໍ່ແຫ່ງຟູຂື້ນ
       ປິດບັງເທົ່າໃດ      ກໍ່ແຫ່ງເຫັນແຈ້ງ
       ທຳລາຍເທົ່າໃດ     ກໍ່ແຫ່ງໄດ້ດີ

13.  ຄົນບາບ...
       ຍົກຂື້ນເທົ່າໃດ      ກໍ່ແຫ່ງຈົມລົງ
       ແນະນຳເທົ່າໃດ     ກໍ່ແຫ່ງມືດມົວ
       ຊວ້ນຊູເທົ່າໃດ      ກໍ່ແຫ່ງຕົກຕ່ຳ



14.  ສັດຕຼູທີ່ມາໃນຮູບສັດຕຼູ   ສູ້ໄດ້ງ່າຍ
       ສັດຕຼູທີ່ມາໃນຮູບມິດ      ສູ້ໄດ້ຍາກ



15.   ຄວາມສຸຂທຸກ        ເປັນຂອງຄູ່ກັນ

        ຢ່າມົວຫຼົງຕົວ         ເມື່ອມີສຸຂສັນ
        ຢ່າຟ້າວຄິດສັ້ນ       ເມື່ອມີຄວາມທຸກ


ສະບາຍດີທ່ານຜູ້ທີ່ກຳລັງອ່ານສຸພາສິນີ້ຢູ່ທຸກໆຄົນ
ຂ້າພະເຈົ້າຫວັງວ່າເມື່ອທ່ານໄດ້ອ່ານສຸພາສິດຂ້າງເທີງນີ້ແລ້ວ ຢ່າງນອ້ຍທ່ານກໍ່ຈະໄດ້
ຄະຕິເຕືອນໃຈບາງຢ່າງເພື່ອຊວ່ຍແຍງທາງໃນການດຳລົງຊີວິດໃນພາຍຂ້າຫນ້າ ແລະ
ຖ້າທ່ານໃດເຫັນວ່າມີປະໂຍດແລະຢາກນຳໄປເຜີຍແຜ່ໃຫ້ລູກຫຼານຂອງພວກເຮົາໄດ້ຮຽນ
ຮູ້ ແລະສືບຕໍ່ປົກປັກຮັກສາສິລປະວັນນະຄະດີລາວເຮົາ ກໍ່ມາມາດນຳໄປເຜີຍແຜ່ໄດ້ເລີຍ
ຕາມໃຈຊອບ

ທ້າຍສຸດນີ້ຂໍອ່ວຍພອນໃຫ້ທຸກທ່ານທີ່ໄດ້ອ່ານຈົ່ງໂຊກດີ
ມີສຸຂພາບແຂງແຮງ ປາດສະຈາກໂຣກໃພໃຂ້ເຈັບ

ດວ້ຍຄວາມຮັກແພງ
ອຈ. ຂຽນ ບຸດວິເສດ

Melbourne, Australia. 2015


2 comments:

  1. ສະບາຍດີ ອຈ. ຂຽນ ບຸດວິເສດ. ໄດ້ອ່ານບົທທັງຫຼາຍ ແລະ ມີຄວາມສົນໃຈໃນຄວາມເອື້ອເຟື້ອທີ່ ອຈ.
    Sydney NSW 2000
    ໄດ້ອຸສາຊອກຫາມາເຜີຍແຜ່ ໃຫ້ເປັນ ສາທາຣະນະປະໂຍຊນ໌, ບໍ່ວ່າຈະເປັນສາຣະຄະດີ ກາພກອນ ແລະ ຄຳຜຍ່່າ ພ້ອມ ບົທເພງ..

    ດ້ວຍຄວາມນັບຖື.
    ມະນີຣັຕນ໌

    ReplyDelete
  2. ສະບາຍດີ ອຈ. ຂຽນ ບຸດວິເສດ. ຂ້າພະເຈົ້າໄດ້ອ່ານບັນດາວັນນະຄະດີລາວທີ່ ອາຈານເອົາລົງເຜີຍແຜ່ ບໍ່ວ່າຈະເປັນ ສຸພາສິດ, ຜະຫຍາ ແລະ ຄໍາສອນອື່ນໆ ກໍແລະ ຮູ້ສຶກດີໃຈຫຼາຍ ທີ່ທ່ານໄດ້ນໍາເອົາສົ່ງດັ່ງກ່າວລົງເຜີຍແຜ່ອອກສູ່ຊາວໂລກໄດ້ຮັບຮູ້ໄດ້ເຫັັນເຖິງສິນລະປະວັນນະຄະດີລາວເຮົາ ແລະ ຂ້າພະເຈົ້າເອງມີຄວາມສົນໃຈກ່ຽວກັນການຄົ້ນຄວ້າດ້ານຄໍາສຸພາສິດຂອງລາວ ບໍ່ຮູ້ວ່າຈະສາມາດຊອກຫາຊື້ ຫຼື ຊອກອ່ານບ່ອນໃດ ຈະເປັນພະຄຸນຢ່າງສູງຖ້າອາຈານຊ່ວຍແນະນໍາ ແລະ ຊີ້ທິດເຍືອງທາງໃຫ້ໃ
    ດ້ວຍຄວາມນັບຖື ເປັນຢ່າງສູງ
    ທັມວົງສາ

    ReplyDelete